Meeting on Vang Vieng Urban Service and Solid Waste Management Sustainable Financial Mechanism
ກອງປະຊຸມປຶກສາຫາລືກ່ຽວກັບກົນໄກການເງິນແບບຍືນຍົງສຳລັບການບູລະນະຕົວເມືອງ ແລະ ການບໍລິຫານຄຸ້ມຄອງຂີ້ເຫຍື້ອເມືອງວັງວຽງ
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2), ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ວັງວຽງ, ແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບກົນໄກການເງິນແບບຍືນຍົງສຳລັບການບູລະນະຕົວເມືອງແລະ ການບໍລິຫານຄຸ້ມຄອງຂີ້ເຫຍື້ອເມືອງວັງວຽງຂຶ້ນ ໃນວັນພຸດ ທີ 03 ກັນຍາ 2025 ທີ່ພັດຕະຄານຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງທະນາຄານພັດທະນາອາຊີ.
ກອງປະຊຸມໄດ້ດໍາເນີນໂດຍການເປັນປະທານຂອງ ທ່ານ ນາງ ພອມມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ວທ. ຜູ້ເຂົ້າຮ່ວມຈາກສູນກາງປະກອບມີ ຄະນະກົມ, ຄະນະຮັບຜິດຊອບໂຄງການ ຄພສທ 2, ທີ່ປຶກສາໂຄງການ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ, ກະຊວງ ວທ. ຂັ້ນແຂວງປະກອບມີ ພະແນກ ວທ ແຂວງວຽງຈັນ, ພະແນກການເງິນແຂວງ, ຂະແໜງອາກອນມູນຄ່າເພີ່ມ / ອາກອນແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງວ່າການປົກຄອງແຂວງ. ຂັ້ນເມືອງປະກອບມີ ອພບຕ ເມືອງ, ຫ້ອງການ ຖວທ ເມືອງ, ຫ້ອງການ-ການເງິນເມືອງ, ອາກອນເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການແຜນການ ແລະ ການລົງທຶນເມືອງ, ຫ້ອງວ່າການປົກຄອງເມືອງ ແລະ ສະມາຄົມນັກທຸລະກິດໜຸ່ມເມືອງ ເຊິ່ງທັງເປັນທີ່ປຶກສາໃຫ້ແກ່ບໍລິສັດບໍລິການເກັບມ້ຽນຂີ້ເຫຍື້ອພາຍໃນຕົວເມືອງວັງວຽງ.




1. ເນື້ອໃນກອງປະຊຸມ
ທ່ານ ວິລະ ຈັນທະວົງ, ທີ່ປຶກສາໂຄງການ ໄດ້ນຳສະເໜີກ່ຽວກັບຄວາມເປັນມາ ແລະ ຈຸດປະສົງຂອງການສ້າງກົນໄກການເງິນແບບຍືນຍົງສຳລັບການບູລະນະຕົວເມືອງ ແລະ ບໍລິຫານຄຸ້ມຄອງຂີ້ເຫຍື້ອເມືອງວັງວຽງ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
1.1. ຄວາມເປັນມາ ແລະ ຈຸດປະສົງ
ເປົ້າໝາຍຂອງໂຄງການ ຄພສທ 2 ທີ່ຕິດພັນກັບການບູລະນະຕົວເມືອງ ແລະ ບໍລິຫານຄຸ້ມຄອງຂີ້ເຫຍື້ອພາຍໃນເມືອງວັງວຽງ ແລະ ຈະຕ້ອງບັນລຸ 3 ຕົວຊີ້ບອກຫຼັກ ກ່ອນປິດໂຄງການໃນເດືອນ ມິຖຸນາ 2026 ຊຶ່ງຕົວຊີ້ບອກດັ່ງກ່າວປະກອບມີ:
- ສະໜາມຂີ້ເຫຍື້ອເມືອງວັງວຽງ ໄດ້ຮັບການບໍລິຫານຄຸ້ມຄອງ ແລະ ບຳລຸງຮັກສາແບບຍືນຍົງ.
- ປະຊາຊົນ ແລະ ຫົວໜ່ວຍທຸລະກິດຈຳນວນ 4,100 ຄອບຄົວໃນເມືອງວັງວຽງ ໄດ້ເຂົ້າເຖິງການບໍລິການເກັບມ້ຽນຂີ້ເຫຍື້ອທີ່ໄດ້ຮັບການປັບປຸງ.
- ເມືອງວັງວຽງໄດ້ຮັບການຢັ້ງຢືນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ.
1.2. ບັນຫາຕົ້ນຕໍ ແລະ ແຫຼ່ງລາຍຮັບສຳລັບການບູລະນະຕົວເມືອງ ແລະ ບໍລິຫານຄຸ້ມຄອງຂີ້ເຫຍື້ອ
ງົບປະມານໃນການບໍລິຫານຄຸ້ມຄອງສະໜາມຂີ້ເຫຍື້ອເມືອງວັງວຽງມີຈຳກັດ
ງົບປະມານໃນການບູລະນະຮັກສາຕົວເມືອງວັງວຽງມີຈຳກັດ
ການບໍລິການເກັບມ້ຽນຂີ້ເຫຍື້ອ ບໍ່ທັນຄອບຄຸມທຸກພື້ນທີ່ພາຍໃນຕົວເມືອງວັງວຽງ
1.3. ແຫຼ່ງລາຍຮັບໃໝ່
ການເກັບພັນທະບູລະນະຕົວເມືອງຈາກນັກທ່ອງທ່ຽວ (Municipal service charge) ສາມາດເປັນແຫຼ່ງລາຍຮັບໃໝ່ ແລະ ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການໃນການບູລະນະຮັກສາຕົວເມືອງ ແລະ ບໍລິຫານຄຸ້ມຄອງຂີ້ເຫຍື້ອພາຍໃນຕົວເມືອງວັງວຽງ. ນັກທ່ອງທ່ຽວແມ່ນຖືວ່າເປັນຜູ້ມາຢ້ຽມຢາມ ແລະ ຢູ່ອາໄສຊົ່ວຄາວ ຈຶ່ງຄວນປະກອບສ່ວນເຂົ້າໃນພັນທະບູລະນະຕົວເມືອງ, ຄືກັນກັບຫຼາຍປະເທດໃນເຂດພາກພື້ນ. ວິທີການເກັບແມ່ນມີຫຼາຍວິທີ ເຊິ່ງຈະມີການຄົ້ນຄວ້າລະອຽດໃນຂັ້ນຕໍ່ໄປ, ໜຶ່ງໃນນັ້ນແມ່ນການເກັບຜ່ານທຸລະກິດທີ່ພັກແຮມ ໂດຍລະບຸເປັນອີກລາຍການໜຶ່ງໃນໃບຮັບເງິນ ຄ້າຍຄືກັນກັບອາກອນມູນຄ່າເພີ່ມ (ອມພ).
ຫຼັງຈາກນັ້ນ, ທ່ານ ກອງກຸສົນ ແສງດາລາ, ຫົວໜ້າຫ້ອງການ ຍທຂ ເມືອງວັງວຽງ ໄດ້ລາຍງານບົດປະເມີນບໍລິສັດອີໂກກຣີນບໍລິການເກັບມ້ຽນຂີ້ເຫຍື້ອຢູ່ເມືອງວັງວຽງ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນເຂົ້າໃນບົດນຳສະເໜີ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ.