Meeting on the Autonomous Management Unit for Kaeng Yui Waterfall
ກອງປະຊຸມປຶກສາຫາລືກ່ຽວກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງສຳລັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງສຳລັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍຂຶ້ນ ໃນວັນພຸດ ທີ 03 ກັນຍາ 2025 ທີ່ພັດຕະຄານຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງທະນາຄານພັດທະນາອາຊີ. ກອງປະຊຸມໄດ້ດໍາເນີນໂດຍການເປັນປະທານຂອງ ທ່ານ ນາງ ພອມມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ວທ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 4 ທ່ານ ເຊິ່ງປະກອບມີ ຄະນະກົມ, ຄະນະຮັບຜິດຊອບໂຄງ ການ ຄພສທ 2, ທີ່ປຶກສາໂຄງການ…