• Meeting on Vang Vieng Urban Service and Solid Waste Management Sustainable Financial Mechanism

    ກອງປະຊຸມປຶກສາຫາລືກ່ຽວກັບກົນໄກການເງິນແບບຍືນຍົງສຳລັບການບູລະນະຕົວເມືອງ ແລະ ການບໍລິຫານຄຸ້ມຄອງຂີ້ເຫຍື້ອເມືອງວັງວຽງ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2), ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ວັງວຽງ, ແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບກົນໄກການເງິນແບບຍືນຍົງສຳລັບການບູລະນະຕົວເມືອງແລະ ການບໍລິຫານຄຸ້ມຄອງຂີ້ເຫຍື້ອເມືອງວັງວຽງຂຶ້ນ ໃນວັນພຸດ ທີ 03 ກັນຍາ 2025 ທີ່ພັດຕະຄານຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງທະນາຄານພັດທະນາອາຊີ. ກອງປະຊຸມໄດ້ດໍາເນີນໂດຍການເປັນປະທານຂອງ ທ່ານ ນາງ ພອມມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ວທ. ຜູ້ເຂົ້າຮ່ວມຈາກສູນກາງປະກອບມີ ຄະນະກົມ, ຄະນະຮັບຜິດຊອບໂຄງການ ຄພສທ 2, ທີ່ປຶກສາໂຄງການ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ, ກະຊວງ ວທ….