Meeting on the Autonomous Management Unit for Kaeng Yui Waterfall
ກອງປະຊຸມປຶກສາຫາລືກ່ຽວກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງສຳລັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງສຳລັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍຂຶ້ນ ໃນວັນພຸດ ທີ 03 ກັນຍາ 2025 ທີ່ພັດຕະຄານຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງທະນາຄານພັດທະນາອາຊີ. ກອງປະຊຸມໄດ້ດໍາເນີນໂດຍການເປັນປະທານຂອງ ທ່ານ ນາງ ພອມມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ວທ.
ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 4 ທ່ານ ເຊິ່ງປະກອບມີ ຄະນະກົມ, ຄະນະຮັບຜິດຊອບໂຄງ ການ ຄພສທ 2, ທີ່ປຶກສາໂຄງການ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ, ກະຊວງ ວທ, ພະແນກ ວທ ແຂວງວຽງຈັນ ແລະ ຄະນະກໍາມະການປະເມີນ ແລະ ຄັດເລືອກການປະມູນຄື ອົງການປົກຄອງເມືອງໆວັງວຽງ, ຫ້ອງການ ຖວທ ເມືອງ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ), ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງ, ຫ້ອງການ-ການເງິນເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ອົງການປົກຄອງບ້ານນາດ້ວງ.




1. ເນື້ອໃນກອງປະຊຸມ
ທ່ານ ວິລະ ຈັນທະວົງ, ທີ່ປຶກສາໂຄງການວຽກທ່ອງທ່ຽວ ໄດ້ນຳສະເໜີກ່ຽວກັບຄວາມເປັນມາ ແລະ ຈຸດປະສົງຂອງການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ສຳລັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
ຄວາມເປັນມາ ແລະ ຈຸດປະສົງ
- ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບຮູບແບບການຄຸ້ມຄອງລາຍຮັບ-ລາຍຈ່າຍ ສຳລັບການບໍລິ ຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ແລະ ແຜນບໍລິຫານຄຸ້ມຄອງຊົ່ວຄາວ, ວັນຈັນ ທີ 07 ກໍ ລະກົດ 2025, ເລກທີ 1470/ຄພສທ 2, ວັນທີ 09/07/2025 ເຊິ່ງໄດ້ລະບຸວ່າ “ກອງປະຊຸມເຫັນດີເປັນເອກະພາບກ່ຽວກັບ ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ອີງຕາມດໍາລັດ ເລກທີ 282/ລບ ເພື່ອເຮັດໃຫ້ສາ ມາດຄຸ້ມຄອງລາຍຮັບ-ລາຍຈ່າຍໄດ້ຢ່າງຄ່ອງໂຕ, ພາກລັດສາມາດຮັກສາເງິນແຮສຳລັບການບຳລຸງຮັກສາ ແລະ ສ້ອມແປງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວ, ມີງົບປະມານສຳລັບຄະນະຮັບຜິດຊອບບໍລິຫານຄຸ້ມຄອງໃນການລົງຕິດຕາມຊຸກຍູ້ ແລະ ສາມາດນຳງົບປະມານດັ່ງກ່າວອອກມານຳໃຊ້ໄດ້ໄວ.”
ຮູບແບບການຄຸ້ມຄອງລາຍຮັບ-ລາຍຈ່າຍ
- ລາຍຮັບ ແລະ ລາຍຈ່າຍສຳລັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ແມ່ນຈະໄດ້ຮັບການຄຸ້ມຄອງໂດຍຫົວໜ່ວຍວິຊາການເປັນເຈົ້າຕົນເອງ.
- ລາຍຮັບແມ່ນປະກອບມີ ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ, ຄ່າບໍລິການສະຖານທີ່ຈອດລົດ, ຄ່າບໍລິຫານຄຸ້ມຄອງ (ຄ່າອະນາໄມ, ເກັບມ້ຽນຂີ້ເຫຍື້ອ ແລະ ອື່ນໆ).
- ລາຍຈ່າຍແມ່ນປະກອບມີ ຄ່າດຳເນີນງານ ແລະ ບຳລຸງຮັກສາສະຖານທີ່ທ່ອງທ່ຽວ ໂດຍຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຈະເຮັດສັນຍາບໍລິການກັບບໍລິສັດທີ່ໄດ້ຮັບການຄັດເລືອກຈາກການປະມູນ, ຄ່າຕິດຕາມກວດກາຂອງຄະນະຮັບຜິດຊອບບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວ, ລາຍຈ່າຍທາງດ້ານບຸກຄະລາກອນ, ຄ່າບໍລິຫານ ແລະ ຄ່າສີ້ນເປືອງຕ່າງໆ.
- ຍອດເຫຼືອຈາກການດຳເນີນງານ ແມ່ນເປັນເງິນແຮສຳລັບການບຳລຸງຮັກສາ ແລະ ສ້ອມແປງໃນຕໍ່ໜ້າ, ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ອາດເຮັດສັນຍາບໍລິການກັບຜູ້ໃຫ້ບໍລິການບຳລຸງຮັກສາ ແລະ ສ້ອມແປງ.
ຫຼັງຈາກນັ້ນ, ທ່ານ ແສງດາວ ວົງພະຈັນ, ນາຍບ້ານໆນາດ້ວງ ໄດ້ລາຍງານສະພາບ ແລະ ຜົນໄດ້ຮັບການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍໃນໄລຍະຂ້າມຜ່ານ ລະຫວ່າງເດືອນກໍລະກົດ – ສິງຫາ 2025 ດັ່ງສັງລວມລຸ່ມນີ້:
- ອົງການປົກຄອງບ້ານນາດ້ວງ ໄດ້ຮັບມອບໝາຍໃຫ້ບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ໃນເດືອນກໍລະກົດ 2025 ເປັນໄລຍະເວລາ 12 ວັນ, ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມສະຖານທີ່ທ່ອງທ່ຽວທັງໝົດ 3,422 ຄົນ. ໃນນັ້ນ, ມີນັກທ່ອງທ່ຽວພາຍໃນ 3,004 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 418 ຄົນ.
- ເດືອນສິງຫາ 2025, ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມທັງໝົດ 17,491 ຄົນ. ໃນນັ້ນ, ມີນັກທ່ອງທ່ຽວພາຍໃນ 15,737 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 1,754 ຄົນ.
ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບການກຳນົດຂອບເຂດການພັດທະນາ ສໍາລັບສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ຈາກ ທ່ານ ໂອເງິນ ປັນຍານຸວົງ, ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ. ການກຳນົດຂອບເຂດການພັດທະນາ ຫຼື ການແບ່ງໂຊນ ແມ່ນປະກອບມີການກຳນົດເຂດບໍລິການ, ເຂດອະນຸລັກ ແລະ ເຂດສະຫງວນ ເຊິ່ງເຂດບໍລິການອາດກຳນົດຫຼາຍກວ່າບ່ອນດຽວ.
2. ຄຳເຫັນຂອງຜູ້ເຂົ້າຮ່ວມ ແລະ ສິ່ງທີ່ໄດ້ຕົກລົງເຫັນດີໃນກອງປະຊຸມ
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
- ກອງປະຊຸມເຫັນດີເປັນເອກະພາບກ່ຽວກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ເພື່ອບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ອີງຕາມດຳລັດເລກທີ 282/ລບ, ລົງວັນທີ 22 ພຶດສະພາ 2024 ໂດຍກຳນົດເອົາຫົວໜ່ວຍວິຊາການພາຍໃນ ຫ້ອງການ ຖວທ ເມືອງວັງວຽງ ໃນການຫັນເປັນເຈົ້າຕົນເອງ.
- ເຖິງແມ່ນວ່າເມືອງວັງວຽງ ຈະຍັງບໍ່ທັນມີປະສົບການໃນການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງເຕັມຮູບແບບອີງຕາມດຳລັດດັ່ງກ່າວ, ແຕ່ມີ 3 ຫ້ອງການພາຍໃນເມືອງ ທີ່ໄດ້ຮັບມອບໝາຍໃຫ້ນຳໃຊ້ລາຍຮັບວິຊາການ ແລະ ກຸ້ມຕົນເອງ ເຊິ່ງປະກອບມີ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການ ຖວທ ເມືອງ ແລະ ອພບຕ ເມືອງວັງວຽງ.
- ເຫັນດີໃຫ້ມີການສະເໜີແຕ່ງຕັ້ງ ຄະນະຮັບຜິດຊອບບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ. ໜຶ່ງໃນພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຄະນະດັ່ງກ່າວແມ່ນການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ. ຄະນະຮັບຜິດຊອບແຕ່ລະຂັ້ນ ແມ່ນກຳນົດເປັນຕຳແໜ່ງ ແລະ ຂະແໜງການ ແທນການກຳນົດລາຍຊື່ບຸກຄົນ.
- ເຫັນດີໃຫ້ມີການນຳໃຊ້ລະບົບຂາຍ ແລະ ກວດປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວແບບທັນສະໄໝ ເພື່ອເຮັດໃຫ້ ການເກັບລາຍຮັບມີຄວາມຊັດເຈນ, ໂປ່ງໂສ ແລະ ສາມາດເຂົ້າເຖິງສະຖິຕິນັກທ່ອງທ່ຽວ ເພື່ອນຳໃຊ້ເຂົ້າໃນການວາງແຜນປັບປຸງການບໍລິການ ແລະ ການພັດທະນາໃນຕໍ່ໜ້າ. ຄະນະຮັບຜິດຊອບໂຄງການ ກຳລັງປະສານສົມທົບກັບຜູ້ໃຫ້ພັດທະນາ ແລະ ບໍລິການລະບົບ ແລະ ຈະດຳເນີນການຕິດຕັ້ງໄລຍະການບໍລິຫານຄຸ້ມຄອງຊົ່ວຄາວ.
- ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ນອກຈາກມີລາຍຮັບຈາກການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍແລ້ວ, ອາດມີລາຍຮັບຈາກການໃຫ້ເຊົ່າ ຫຼື ສຳປະທານຈາກພາກທຸລະກິດ ທີ່ລົງທຶນເຂົ້າໃນການພັດທະນາຜະລິດຕະພັນ ແລະ ການບໍລິການເພີ່ມເຕີມພາຍໃນສະຖານທີ່ທ່ອງທ່ຽວ. ຄະນະຮັບຜິດຊອບໂຄງການ ສົມທົບກັບທີ່ປຶກສາ ຈະຄົ້ນຄວ້າ ແລະ ກຳນົດລາຍລະອຽດເຂົ້າໃນບົດວິພາກຄວາມເປັນໄປໄດ້.
ການບໍລິຫານຄຸ້ມຄອງຊົ່ວຄາວສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ
- ກອງປະຊຸມເຫັນດີມອບໃຫ້ອົງການປົກຄອງບ້ານນາດ້ວງ ສືບຕໍ່ບໍລິຫານຄຸ້ມຄອງຊົ່ວຄາວສະຖານທີ່ທ່ອງທ່ຽວ ນຳ້ຕົກຕາດແກ້ງຍຸຍ ນັບແຕ່ເດືອນກັນຍາ 2025 ຈົນກວ່າຈະສໍາເລັດການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ. ໃນໄລຍະນີ້, ອົງການປົກຄອງບ້ານນາດ້ວງ ຈະຕ້ອງມອບພັນທະໃຫ້ລັດ 10% ຂອງຄ່າປີ້ເຂົ້າຊົມທັງໝົດໃນແຕ່ລະເດືອນ, ຍອດເຫຼືອຈາກການບໍລິຫານຄຸ້ມຄອງແມ່ນບໍ່ໃຫ້ປັນຜົນພາຍໃນສະມາຊິກ, ແຕ່ໃຫ້ຮັກສາໄວ້ສຳລັບການບຳລຸງຮັກສາ ແລະ ສ້ອມແປງໃນຕໍ່ໜ້າ. ນອກຈາກນັ້ນ, ໃຫ້ອົງການປົກຄອງບ້ານນາດ້ວງ ສ້າງແຜນລາຍຈ່າຍປະຈຳເດືອນເຊິ່ງປະກອບມີ ຄ່າແຮງງານ, ຄ່າເກັບມ້ຽນຂີ້ເຫຍື້ອ, ຄ່າບຳລຸງຮັກສາ ແລະ ສ້ອມແປງ, ລາຍຈ່າຍບໍລິຫານ ແລະ ອື່ນໆ ເພື່ອສົ່ງໃຫ້ຫ້ອງການ ຖວທ ເມືອງວັງວຽງ ທົບທວນ ແລະ ອະນຸມັດ.
- ເຫັນດີເພີ່ມສິດ ແລະ ໜ້າທີ່ຂອງພະແນກ ວທ ແຂວງວຽງຈັນ ເຂົ້າໃນບົດບັນທຶກການກຳນົດຄວາມຮັບຜິດຊອບໃນການບໍລິຫານຄຸ້ມຄອງຊົ່ວຄາວສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ນັບແຕ່ເດືອນກັນຍາ 2025.
ການກຳນົດຂອບເຂດການພັດທະນາສຳລັບສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ
ເຫັນດີໃຫ້ກົມພັດທະນາການທ່ອງທ່ຽວ, ກະຊວງ ວທ ປະສານສົມກັບພະແນກ ວທ ແຂວງ, ຫ້ອງການ ຖວທ ເມືອງວັງວຽງ ແລະ ຂະແໜງການກ່ຽວຂ້ອງ ໃນການລົງສຳຫຼວດເກັບກຳຂໍ້ມູນເພື່ອກຳນົດຂອບເຂດການພັດທະນາສຳລັບສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ເພື່ອເປັນບ່ອນອີງໃຫ້ແກ່ຄະນະຮັບຜິດຊອບບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ, ຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດ ໃນການສະເໜີຂໍອະນຸຍາດລົງທຶນເພີ່ມເຕີມໃນຕໍ່ໜ້າ.
3. ທິດທາງແຜນການໃນຕໍ່ໜ້າ
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
- ຄະນະຮັບຜິດຊອບໂຄງການຂັ້ນສູນກາງ, ຮ່າງເນື້ອໃນຂໍ້ຕົກລົງ, ພ້ອມດ້ວຍສິດ ແລະ ໜ້າທີ່ຂອງຄະນະຮັບ ຜິດຊອບບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ແລະ ທັງເປັນຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ. ສົ່ງຮ່າງເນື້ອໃນໃຫ້ພະແນກ ວທ ແຂວງວຽງຈັນ ແລະ ຫ້ອງການ ຖວທ ເມືອງວັງວຽງ ປະກອບຄຳຄິດຄຳເຫັນ. ຫຼັງຈາກນັ້ນ, ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ດຳເນີນການສະເໜີຂໍຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບດັ່ງກ່າວໃນຂັ້ນຂອງຕົນເອງ.
- ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ຮ່ວມກັບທີ່ປຶກສາຂອງໂຄງການ ກະກຽມເອກະສານບົດວິພາກຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ເພື່ອວິເຄາະວິໄຈຄວາມເປັນໄປໄດ້ຂອງຫົວໜ່ວຍວິຊາການ ແລະ ຮ່າງສັນຍາການດຳເນີນງານ ແລະ ບຳລຸງຮັກສາສະຖານທີ່ທ່ອງທ່ຽວ ນຳ້ຕົກຕາດແກ້ງຍຸຍ.
- ຄະນະຮັບຜິດຊອບໂຄງການຂັ້ນສູນກາງ, ທີ່ປຶກສາຂອງໂຄງການ ແລະ ຄະນະຮັບຜິດຊອບບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ຈັດກອງປະຊຸມປຶກສາຫາລືຜ່ານຮ່າງເອກະສານບົດວິພາກຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ຮ່າງສັນຍາການດຳເນີນງານ ແລະ ບຳລຸງຮັກສາ.
- ຄະນະຮັບຜິດຊອບບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍຂັ້ນເມືອງ ໂດຍການເຫັນດີຂອງຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນສູນກາງ, ສົ່ງຮ່າງສັນຍາການດຳເນີນງານ ແລະ ບຳລຸງຮັກສາສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍໃຫ້ບໍລິສັດທີ່ໄດ້ຮັບການຄັດເລືອກຈາກການປະມູນ ເພື່ອກ້າວເຂົ້າສູ່ການເຈລະຈາສັນຍາໃນຂັ້ນຕໍ່ໄປ.
ການບໍລິຫານຄຸ້ມຄອງຊົ່ວຄາວສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ
- ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ຮ່າງບົດບັນທຶກການກໍານົດຄວາມຮັບຜິດຊອບໃນການບໍລິຫານຄຸ້ມຄອງຊົ່ວຄາວສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ນັບແຕ່ເດືອນກັນຍາ 2025 ຈົນກວ່າຈະສໍາເລັດການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ, ແລ້ວສົ່ງໃຫ້ ພະແນກ ວທ ແຂວງ ແລະ ຫ້ອງການ ຖວທ ເມືອງ ມີຄຳເຫັນ ກ່ອນລົງລາຍເຊັນ.
- ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ສືບຕໍ່ປະສານສົມທົບກັບຜູ້ໃຫ້ບໍລິການລະບົບຂາຍ ແລະ ກວດປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວແບບທັນສະໄໝ ເພື່ອສຳເລັດການອອກແບບ, ຕິດຕັ້ງ ແລະ ທົດລອງນໍາໃຊ້ລະບົບ.
- ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ສືບຕໍ່ດຳເນີນການປະກອບອຸປະກອນ ເພື່ອນຳໃຊ້ເຂົ້າໃນການບໍລິຫານຄຸ້ມຄອງຊົ່ວຄາວ, ການບໍລິຫານຄຸ້ມຄອງຂີ້ເຫຍື້ອ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.
ການກຳນົດຂອບເຂດການພັດທະນາສຳລັບສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ
- ກົມພັດທະນາການທ່ອງທ່ຽວ ປະສານສົມກັບພະແນກ ວທ ແຂວງວຽງຈັນ, ຫ້ອງການ ຖວທ ເມືອງວັງວຽງ ແລະ ຂະແໜງການກ່ຽວຂ້ອງ ລົງສຳຫຼວດເກັບກຳຂໍ້ມູນເພື່ອຈັດສັນ, ກຳນົດຂອບເຂດ ແລະ ວາງແນວຄວາມຄິດໃນການພັດທະນາສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ ເພື່ອວາງທິດທາງການພັດທະນາໃນຕໍ່ໜ້າ.