National Project Steering Committee Meeting to Review 2022 Annual Workplan Implementation Progress and Plan for 2023 Annual Workplan
ໃນວັນສຸກ ທີ 09 ທັນວາ 2022 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ຂຶ້ນທີ່ໂຮງແຮມຊະນະແກ້ວ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ ແລະ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳໂຄງການ. ຜູ້ເຂົ້າຮ່ວມປະກອບມີຄະນະຮັບຜິດຊອບຊີ້ນຳໂຄງການ, ທີມງານຊ່ຽວຊານ, ວິຊາການຈາກກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ PMCES. ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ໄດ້ນຳສະເໜີສະພາບລວມ, ຄວາມຄືບໜ້າ, ເຂດເປົ້າໝາຍຂອງໂຄງການ ແລະ ການນຳໃຊ້ງົບປະມານປະຈຳປີ 2022. ທ່ານ ພົມມາ ຈັນທິລາດ, ຫົວໜ້າທີມງານວິສະວະກອນ…