• Meeting on 2024 Project Annual Workplan

    ກອງປະຊຸມຜ່ານແຜນກິດຈະກຳຂອງໂຄງການປະຈຳປີ 2024 ວັນພຸດ ທີ 31 ມັງກອນ 2024, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຜ່ານແຜນກິດຈະກຳຂອງໂຄງການປະຈຳປີ 2024 ຂຶ້ນທີ່ ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2 ແລະ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ເຊິ່ງທັງເປັນຜູ້ຈັດການໂຄງການ ຄພສທ 2, ກະຊວງ ຖວທ….

  • TIIGP 1 & TIIGP 2 Consultation Meeting on Tourist Facility Operation and Maintenance (O&M) and PPP Arrangement

    ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວ ລະຫວ່າງໂຄງການ ໄລຍະ 1 ແລະ ໄລຍະ 2 ໃນວັນພະຫັດ ທີ 21 ທັນວາ 2023 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວ ລະຫວ່າງໂຄງການ ໄລຍະ 1 ແລະ ໄລຍະ 2 ທີ່ໂຮງແຮມເອັສວັງວຽງບູຕິກ, ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ແພງຈັນ ແພງເມືອງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ຖວທ…

  • Public and private sector visited sub-project site and attend meeting on Kaeng Nyui Waterfall site management, operation and maintenance

    ພາກລັດ ແລະ ພາກທຸລະກິດຢ້ຽມຢາມເຂດກໍ່ສ້າງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ ວັນພຸດ ທີ 20 ທັນວາ 2023 ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ນຳພາພາກລັດ ແລະ ພາກທຸລະກິດໄປຢ້ຽມຢາມເຂດກໍ່ສ້າງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ, ທະນາຄານພັດທະນາອາຊີ. ຈຸດປະສົງແມ່ນເພື່ອເຮັດໃຫ້ພາກລັດ ແລະ…

  • Public and private sector visited sub-project site and attend meeting on Nam Ngum Reservoir recreational area site management, operation and maintenance

    ພາກລັດ ແລະ ພາກທຸລະກິດຢ້ຽມຢາມເຂດກໍ່ສ້າງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ, ແຂວງວຽງຈັນ. ວັນອັງຄານ ທີ 19 ທັນວາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ນຳພາພາກລັດ ແລະ ພາກທຸລະກິດໄປຢ້ຽມຢາມເຂດກໍ່ສ້າງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2), ກະຊວງ ຖວທ, ທະນາຄານພັດທະນາອາຊີ. ຈຸດປະສົງແມ່ນເພື່ອເຮັດໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ເຫັນສະພາບຄວາມຄືບໜ້າຕົວຈິງຂອງການກໍ່ສ້າງ, ກາລະໂອກາດທາງທຸລະກິດ ແລະ ປຶກສາຫາລືກ່ຽວກັບບັນດາທາງເລືອກໃນການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1. ກອງປະຊຸມໄດ້ດຳເນີນໂດຍການເປັນທານຂອງ ທ່ານ ວິລະວຸດ…

  • Meeting on Project Workplan Implementation Progress

    ກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳປະຈຳປີ 2023 ວັນທີ 15 ກັນຍາ 2023 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023 ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023, ແລກປ່ຽນບົດຮຽນກ່ຽວກັບບັນລຸໂຕຊີ້ວັດຂອງໂຄງການ ແລະ ກໍານົດທິດທາງແຜນການບູລິມະສິດ ໄລຍະເດືອນກັນຍາ – ທັນວາ 2023 ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ. ມີໜ່ວຍງານຈັດຕັ້ງປະຕິບັດໂຄງການແຂວງຫຼວງພະບາງ, ແຂວງວຽງຈັນ, ເມືອງວັງວຽງ, ແຂວງຈຳປາສັກ, ຊ່ຽວຊານໂຄງການ ແລະ ວິຊາການພາຍໃນກົມພັດທະນາການທ່ອງທ່ຽວເຂົ້າຮ່ວມ. ທ່ານ ນາງ ພອນມະລີ ອິນທະພົມ ໄດ້ນຳສະເໜີຄວາມຄືບໜ້າໂດຍລວມການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023 ສໍາລັບໝາກຜົນທີ 1:…

  • Public and Private Consultation Meeting on Site Management and O&M Plan for Kaeng Yui Waterfall, Vang Vieng District, Vientiane Province

    ກອງປະຊຸມປຶກສາຫາລືເພື່ອສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ ໃນຕອນບ່າຍຂອງວັນພຸດ ທີ 10 ພຶດສະພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຫ້ອງການ ຖວທ ເມືອງວັງວຽງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງ ຖວທ ແລະ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ເຊິ່ງທັງເປັນຜູ້ຈັດການໂຄງການ ຄພສທ 2. ທ່ານ…

  • Project management and Luang Prabang PIU visited potential Homestay and Community – Based Tourism (CBT) villages in Luang Prabang province

    ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ຮ່ວມກັບ PIU ແຂວງຫຼວງພະບາງ ລົງຢ້ຽມຢາມເປົ້າໝາຍບ້ານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ລະຫວ່າງວັນທີ 28 – 31 ມີນາ 2023, ແຂວງຫຼວງພະບາງ. ການລົງຢ້ຽມຢາມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການນຳພາຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ທັງເປັນຜູ້ຈັດການໂຄງການ, ຊ່ຽວຊານໂຄງການ, ຄະນະພະແນກ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ,​ ກະຊວງ ຖວທ. ທ່ານ ນາງ ປອ ສຸດາພອນ ຄົມທະວົງ, ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ເຊິ່ງທັງເປັນຫົວໜ້າໂຄງການຢູ່ແຂວງຫຼວງພະບາງ, ຄະນະຂະແໜງທ່ອງທ່ຽວ ແລະ ວິຊາການຈາກພະແນກ ຖວທ ແຂວງຫຼວງພະບາງ. ຜົນໄດ້ຮັບຂອງການລົງຢ້ຽມຢາມ ແມ່ນສາມາດສະຫຼຸບຫຍໍ້ໄດ້ດັ່ງນີ້:…

  • Project management and Champasak PIU visited potential Homestay and Community – Based Tourism (CBT) villages in Champasak province and Southern Laos

    ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ຮ່ວມກັບ PIU ແຂວງຈໍາປາສັກ ລົງຢ້ຽມຢາມເປົ້າໝາຍບ້ານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ລະຫວ່າງວັນທີ 02 – 07 ເມສາ 2023, ແຂວງຈຳປາສັກ ແລະ ພາກໃຕ້ຂອງລາວ. ການລົງຢ້ຽມຢາມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການນຳພາຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ທັງເປັນຜູ້ຈັດການໂຄງການ, ຊ່ຽວຊານໂຄງການ, ຄະນະພະແນກ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ,​ ກະຊວງ ຖວທ. ທ່ານ ສຸລິນ ເພັດທານີ, ຮອງຫົວໜ້າພະແນກ ຖວທ ແຂວງຈຳປາສັກ ເຊິ່ງທັງເປັນຫົວໜ້າໂຄງການຢູ່ແຂວງຈຳປາສັກ, ຄະນະຂະແໜງທ່ອງທ່ຍວ ແລະ ວິຊາການຈາກແຂວງຈຳປາສັກ. ຜົນໄດ້ຮັບຂອງການລົງຢ້ຽມຢາມ ແມ່ນສາມາດສະຫຼຸບຫຍໍ້ໄດ້ດັ່ງນີ້: I. ການຢ້ຽມຢາມເປົ້າໝາຍບ້ານເຮືອນພັກແຮມປະຊາຊົນ…

  • National Project Steering Committee Meeting on 2023 Project Annual Workplan

    ໃນວັນສຸກ ທີ 24 ກຸມພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການເພື່ອຜ່ານແຜນກິດຈະກຳປະຈຳປີ 2023 ຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ທີ່ກະຊວງ ຖວທ. ກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ ເຊິ່ງທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳໂຄງການ. ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ຜູ້ຈັດການໂຄງການ ໄດ້ນຳສະເໜີແຜນນຳງົບປະມານຂອງໂຄງການ. ທ່ານ ຈອຍ (Mrityunjoy Ghosh), ຫົວໜ້າຊ່ຽວຊານວຽກໂຄງລ່າງ ແລະ ທ່ານ ພົມມາ ຈັນທິລາດ, ຫົວໜ້າທີມງານວິສະວະກອນ ໄດ້ນຳສະເໜີແຜນກິດຈະກຳຂອງໂຄງການປະຈຳປີ 2023 ສຳລັບໝາກຜົນທີ 1: ການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ….

  • Project management and Vang Vieng PIU visited potential Homestay and Community – Based Tourism (CBT) villages in Vang Vieng, Vientiane Province

    ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ຮ່ວມກັບ PIU (ໜ່ວຍງານຈັດຕັ້ງປະຕິບັດໂຄງການ) ເມືອງວັງວຽງ ລົງຢ້ຽມຢາມເປົ້າໝາຍບ້ານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ລະຫວ່າງວັນທີ 28 ກຸມພາ – 02 ມີນາ 2023, ເມືອງວັງວຽງ, ແຂວງວຽງຈັນ. ການລົງຢ້ຽມຢາມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການນຳພາຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ທັງເປັນຜູ້ຈັດການໂຄງການ, ຊ່ຽວຊານໂຄງການ, ຄະນະພະແນກ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ,​ ກະຊວງ ຖວທ. ທ່ານ ດວງດາລາ ພວງຈັນລາ, ຮອງຫົວໜ້າຫ້ອງການ ຖວທ ເມືອງວັງວຽງ, ຄະນະໜ່ວຍງານ ແລະ ວິຊາການຈາກຫ້ອງການ ຖວທ ເມືອງວັງວຽງ. ຜົນໄດ້ຮັບຂອງການລົງຢ້ຽມຢາມ ແມ່ນສາມາດສະຫຼຸບຫຍໍ້ໄດ້ດັ່ງນີ້:…